ສຳມະນາຜ່ານເວັບ

ວິທີການລະບຸຜູ້ມີອິດທິພົນທີ່ເຫມາະສົມສໍາລັບຕະຫຼາດສະເພາະຂອງທ່ານ

ທ່ານເປັນແບຣນ ຫຼື ອົງການທີ່ກໍາລັງເຮັດການຕະຫຼາດອິດທິພົນໃນສື່ສັງຄົມອອນລາຍ ຫຼື ມີແຜນຈະລົງທຶນໃສ່ມັນບໍ? webinar ນີ້ຈະສະແດງໃຫ້ທ່ານເຫັນວິທີການເບິ່ງນອກເໜືອຈາກຈຳນວນຜູ້ຕິດຕາມ ແລະຄົ້ນພົບຕົວຊີ້ວັດທີ່ສໍາຄັນແທ້ຈິງ. ຮຽນຮູ້ຈາກຜູ້ຊ່ຽວຊານ ແລະສຳຫຼວດຕົວຢ່າງບາງກໍລະນີກ່ຽວກັບວິທີການວິເຄາະອັດສະລິຍະສາມາດຊ່ວຍທ່ານລະບຸຜູ້ມີອິດທິພົນທີ່ກ່ຽວຂ້ອງ ແລະສ້າງການຮ່ວມມືທີ່ມີຜົນກະທົບ.

ກອງປະຊຸມນີ້ເໝາະສຳລັບທ່ານ ຖ້າທ່ານເປັນຜູ້ຈັດການສື່ສັງຄົມອອນລາຍ, ນັກການຕະຫຼາດ, ຫຼືນັກຍຸດທະສາດການສ້າງແບຣນ. ມັນຈະຊ່ວຍໃຫ້ທ່ານມີເຄື່ອງມືທີ່ສາມາດນໍາໄປປະຕິບັດໄດ້ເພື່ອຊອກຫາຜູ້ມີອິດທິພົນ TikTok ທີ່ເຫມາະສົມ ແລະປັບປຸງກົນລະຍຸດການຕະຫຼາດຂອງທ່ານຢ່າງໝັ້ນໃຈ.

ມີຫຍັງຢູ່ໃນວາລະປະຊຸມແດ່?

👉 ເປັນຫຍັງຕ້ອງເລືອກ influencer marketing ໃນ 'TikTok'?

👉 ໃຜແມ່ນອິນຟລູເອນເຊີໃນຍຸກນີ້ແນວໂນ້ມທີ່ກຳລັງກຳນົດທິດທາງການຕະຫຼາດອິນຟລູເອນເຊີ

👉 ຈະຄົ້ນຫາ influencer ທີ່ເໝາະສົມກັບ niche ຂອງທ່ານໄດ້ແນວໃດ?

👉 ກ້າວຂ້າມຕົວເລກພາບລັກໄປສູ່ແນວທາງທີ່ຂັບເຄື່ອນດ້ວຍຂໍ້ມູນ

👉 ຕົວຢ່າງທີ່ພິສູດແລ້ວເພື່ອຊ່ວຍເພີ່ມຜົນກະທົບໃຫ້ສູງສຸດ

Tການສຳມະນາອອນລາຍນີ້ຈະນຳສະເໜີໂດຍ ດຣ. Olga Logunova, ນັກຄົ້ນຄວ້າ ແລະ ນັກວາງກຸດລະຍຸດ ຜູ້ຊ່ວຍໃຫ້ແບຣນ ແລະ ເອເຈນຊີ ປົດລັອກພະລັງຂອງຂໍ້ມູນເພື່ອນຳໄປສູ່ການຕັດສິນໃຈທີ່ສະຫຼາດກວ່າ. ໂດຍຊ່ຽວຊານດ້ານການວິເຄາະສື່ສັງຄົມ, ກຸດລະຍຸດສື່ດິຈິຕອນ ແລະ ການຕະຫຼາດຜ່ານຜູ້ມີອິດທິພົນ, Olga ປ່ຽນບົດສົນທະນາອອນລາຍໃຫ້ເປັນຂໍ້ມູນເຊິ່ງນຳໄປໃຊ້ໄດ້ຈິງ ເພື່ອສະໜັບສະໜູນການເຕີບໂຕຂອງແບຣນ ແລະ ການສື່ສານທີ່ມີປະສິດທິຜົນ. ນອກຈາກນັ້ນ ທ່ານຍັງດຳລົງຕຳແໜ່ງນັກຄົ້ນຄວ້າຢູ່ທີ່ King’s College London (UK).